07/05/2025

ໃນວັນທີ 07 ພຶດສະພາ 2025, ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຝຶກອົບຮົມ ສົ່ງເສີມການນໍາໃຊ້ສື່ສັງຄົມອອນລາຍໃນການສົ່ງເສີມທຸລະກິດ (Startup), ທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ເພື່ອຂະຫຍາຍຕະຫຼາດ ແລະ ເພີ່ມລາຍຮັບ ໃຫ້ແກ່ຜູ້ປະກອບການ ເມືອງ ຫາດຊາຍຟອງ. ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ນາງ ເກສອນ ສຸລິວົງ, ຫົວໜ້າ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ແລະ ທ່ານ ຄຳແກ້ວ ມະຫາໄຊ, ຮອງເຈົ້າເມືອງເມືອງຫາດຊາຍຟອງ ເຊີ່ງມີຜູ້ເຂົ້າຮ່ວມຈາກ ການປົກຄອງຂັ້ນເມືອງຫ້ອງການ, ພະນັກງານຂັ້ນບ້ານ ແລະ ຜູ້ປະກອບການ ຈຳນວນ 110 ກວ່າຄົນ.
ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້, ກໍ່ແມ່ນເພື່ອຊຸກຍູ້ສົ່ງເສີມ ແລະ ພັດທະນາທັກສະ, ເສີມສ້າງການນຳໃຊ້ເຕັກໂນໂລຊີດິຈິຕອນ, ການນຳໃຊ້ສື່ສັງຄົມອອນລາຍ ໃຫ້ກັບຜູ້ປະກອບການທຸລະກິດສະຕາດອັບ, ຈຸນລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ກາງ ເພື່ອການຂະຫຍາຍຕະຫຼາດ ໃຫ້ກວ້າງຂວາງຂຶ້ນ ແລະ ເພີ່ມລາຍຮັບ, ຫຼຸດຜ່ອນລາຍຈ່າຍທີ່ບໍ່ຈຳເປັນ ເພື່ອໃຫ້ສອດຄ່ອງກັບນະໂຍບາຍການຫັດເປັນເສດຖະກິດດິຈິຕອນຂອງລັດຖະບານ.
ໃນການຈັດຝຶກອົບຮົມໃນຄັ້ງນີ້ ຜູ້ເຂົ້າຮ່ວມຝຶກອົບຮົມແມ່ນໄດ້ຮັບຟັງການບັນຍາຍ ນະໂຍບາຍການສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ພ້ອມທັງການເຂົ້າເຖີງແຫຼ່ງທຶນຈາກຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຫາດຊາຍຟອງ, ການນຳສະເໜີພາບລວມກ່ຽວກັບທຸລະກິດສະຕາດອັບ ຢູ່ ສປປ ລາວ, ພາກພື້ນ ແລະ ສາກົນ, ການນຳໃຊ້ສື່ສັງຄົມອອນລາຍໃນຍຸກດິຈິຕອນ ທີ່ຮູ້ໄດ້ທັງຜົນດີຜົນ ແລະ ຜົນເສຍຂອງການນຳໃຊ້ສື່ສັງຄົມອອນລາຍ, ນອກນັ້ນ, ຍັງມີເວທີສົນທະນາແລກປ່ຽນຄຳຄິດເຫັນ ແລະ ປະສົບການຕົວຈິງຈາກຜູ້ປະກອບການທີ່ໄດ້ປະສົບຜົນສຳເລັດອີກດ້ວຍ.
ເຊີ່ງການຝຶກອົບຮົມແມ່ນໄດ້ສຳເລັດລົງໃນເວລາ 16:00 ໂມງຂອງວັນດຽວກັນ.
ບົດຂ່າວ ແລະ ຮູບພາບໂດຍ: ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ