ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ເຂົ້າຮ່ວມກອງປະຊຸມສຳມະນາໃນຫົວຂໍ້: ສວນກະສິກຳທ້ອງຖິ່ນແບບອັດສະລິຍະ “The Local Smart Farm Workshop” ໃນລະຫວ່າງວັນທີ 20 - 21 ມິຖຸນາ 2025 ຢູ່ຄະນະວິທະຍາໄລການປົກຄອງທ້ອງຖິ່ນ, ມະຫາວິທະຍາໄລຂອນແກ່ນ, ປະເທດໄທ.

25/06/2025

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ເຂົ້າຮ່ວມກອງປະຊຸມສຳມະນາໃນຫົວຂໍ້: ສວນກະສິກຳທ້ອງຖິ່ນແບບອັດສະລິຍະ “The Local Smart Farm Workshop” ໃນລະຫວ່າງວັນທີ 20 - 21 ມິຖຸນາ 2025 ຢູ່ຄະນະວິທະຍາໄລການປົກຄອງທ້ອງຖິ່ນ, ມະຫາວິທະຍາໄລຂອນແກ່ນ, ປະເທດໄທ.

 

       ໃນວັນທີ 20 ມິຖຸນາ 2025 ຜ່ານມາ, ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ສປປ ລາວ ໄດ້ເດີນທາງຢ້ຽມຢາມທັດສະນະສຶກສາ, ແລກປ່ຽນບົດຮຽນ ແລະ ເຂົ້າຮ່ວມກອງປະຊຸມສຳມະນາ ໃນຫົວຂໍ້: ສວນກະສິກຳທ້ອງຖິ່ນແບບອັດສະລິຍະ “The Local Smart Farm Workshop ຢູ່ທີ ວິທະຍາໄລການປົກຄອງທ້ອງຖິ່ນ, ມະຫາວິທະຍາໄລຂອນແກ່ນ, ປະເທດໄທ. ຕາງໜ້ານໍາພາຄະນະໂດຍ ທ່ານ ພອນປະເສີດ ສຸລິນທອນ ຮອງຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານວິຊາການ.

      ໃນຕອນເຊົ້າ ໃຫ້ກຽດກ່າວເປີດຊຸດຝຶກອົບຮົມໂດຍ ທ່ານ ຮສ.ດຣ ດາຣຸນີ ໂຊຕິຢາງກູນ ຄະນະບໍດີຄະນະກະເສດສາດ ແລະ ທ່ານ ຜູ້ຊວຍສາດສະດາຈານ ດຣ ສີລິສັກ ເຫຼົ່າຈັນຂາມ ຄະນະບໍດີວິທະຍາໄລປົກຄອງທອງຖິ່ນ ພ້ອມດຽວກັນນັ້ນກໍ່ ໃຫ້ກຽດຂຶ້ນບັນຍາຍ ໂດຍ ທ່ານ ຮສ.ດຣ ຂວັນຕຣີ ແສງປະຊານາຣັກ, ທ່ານ ຜູ້ຊວຍສາດສະດາຈານ ດຣ ອາທິດ ພູຜາຜຸດ, ທ່ານ ດຣ ໂຊກໄຊ ຊຸຍອຸ້ຍ, ທ່ານ ດຣ ໄຊຢາ ກຣີນສຸດແນ ແລະ ທ່ານ ຜູ້ຊວຍສາດສະດາຈານ  ດຣ ອຸມາວະດີ ເດດດຳລົງ, ປະກອບດ້ວຍ ຫົວຂໍ້ຍ່ອຍຄື:

1. Local Smart Farm ສວນກະສິກຳທ້ອງຖິ່ນແບບອັດສະລິຍະ ປູພື້ນຖານສູ່ການໃຊ້ງານໂຕຈີງ.
2. ເຕັກໂນໂລຊີ ໂດຣນສິດພົ່ນຢາໃນສວນກະສິກຳ.
3. ເຕັກໂນໂລຊີ ໂດຣນສຳຫຼວດໃນສວນກະສິກຳ.
4. ເຕັກໂນໂລຊີ ການແປງຂໍ້ມູນພາບຖາຍໃຫ້ເປັນໂຕເລກ.
5. ການແປຮູບຜະລິດຕະພັນທາງການກະສິກຳ, ການຫຸ້ມຫໍສິນຄ້າ ແລະ ການອອກແບບສ້າງຜະລິດຕະພັນຂອງຕົນເອງ.
 

      ການເຂົ້າຮ່ວມກອງປະຊຸມສຳມະນາຄັ້ງນີ້ ເຫັນວ່າມີຄວາມສຳຄັນເພື່ອເປັນການ ແລກປ່ຽນບົດຮຽນໃນການພັດທະນາ ກະສິກຳແບບອັດສະລິຍະ ທີ່ທັນສະໄໝ ແລະ ທອດຖອນບົດຮຽນການສົ່ງເສີມການນຳໃຊ້ບົດຮຽນ ກະສິກຳ ໃນການນຳໃຊ້ເຕັກໂນໂລຊີ ຄຽງຄູ່ກັບການພັດທະນາເສດຖະກິດທ້ອງຖິ່ນໃນການຫັນເປັນດິຈິຕອນ ແລະ ອີກດ້ານໜຶ່ງກໍ່ເປັນໂອກາດທີ່ດີໃນການປຶກສາຫາລື ໃນການປະຕິບັດວຽກງານການຮ່ວມມືສອງຝ່າຍ ແລະ ເພື່ອເສີມຂະຫຍາຍການພົວພັນຮ່ວມມືໃນອານາຄົດ.

ຮູບ ແລະ ບົດຂ່າວ ໂດຍ: ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ.

 

ສະຖິຕິ
ວິໃສທັດ,ແຜນຍຸດທະສາດ