02/09/2025

ກອງປະຊຸມ ຝຶກອົບຮົມ ໃນຫົວຂໍ້: ພັດທະນາຄວາມສາມາດ ດ້ານການຄຸ້ມຄອງປັນຍາປະດິດ (AI)” ( National Training on AI Governance ), ເຊິ່ງຈັດໂດຍ ສຸນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ (ກຕສ) ຮ່ວມກັບ ສູນຝຶກອົບຮົມ ເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອການພັດທະນາອາຊີປາຊີຟິກ (APCICT/ESCAP). ໄດ້ຈັດຂື້ນໃນລະຫວ່າງ ວັນທີ 02 – 03 ກັນຍາ 2025, ທີ່ຫ້ອງປະຊຸມ ໂຮງແຮມ Double Tree, ນະຄອນຫຼວງວຽງຈັນ. ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ (ກຕສ), Mr. Bakhodir Burkhanov, ເຈົ້າໜ້າທີ່ສະຫະປະຊາຊາດ ປະຈຳ ສປປ ລາວ ແລະ Mr. Kiyoung Ko, ຫົວໜ້າສູນຝຶກອົບຮົມ ເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອການພັດທະນາອາຊີປາຊີຟິກ (APCICT/ESCAP) ແລະ ຄະນະສູນ, ຄະນະຮັບຜິດຊອບ ແລະ ນັກສໍາມະນາກອນ ທີ່ມາຈາກບັນດາກົມ/ທຽບເທົ່າ ຈາກກະຊວງ ຕສ, ຂະແໜງການຕ່າງໆ ແລະ ມະຫາວິທະຍາໄລ ອຸດອນຣາດຊະພັດ (UDRU) ປະເທດໄທ ເຂົ້າຮ່ວມທັງໝົດ ຈຳນວນ 62 ທ່ານ/ຍິງ 29 ທ່ານ.
ຈຸດປະສົງຂອງການຝືກອົບຮົມ ໃນຄັ້ງນີ້. ເພື່ອເປັນການຍົກລະດັບ ຄວາມຮັບຮູ້ ຄວາມເຂົ້າໃຈໃນການຫັນເປັນດິຈິຕອນ, ໂດຍສະເພາະ ປັນຍາປະດິດ ຫຼື AI ທີ່ກຳລັງປ່ຽນແປງທຸກດ້ານຂອງຊີວິດມະນຸດ ແລະ ຈະມີບົດບາດສຳຄັນຫຼາຍກວ່າເກົ່າ, ພວກເຮົາ ໄດ້ເຫັນການຂະຫຍາຍຕົວຢ່າງຕໍ່ເນື່ອງຂອງ Generative AI, Agentic AI ແລະ Physical AI ທີ່ກຳລັງປ່ຽນແປງຮູບແບບການເຮັດວຽກ ແລະ ການໃຊ້ຊີວິດປະຈຳວັນຂອງມະນຸດ. ກໍ່ຄືໃນປັດຈຸບັນ ສປປ ລາວ ຂອງພວກເຮົາ ທີ່ກຳລັງຕັ້ງໜ້າຈັດຕັ້ງຜັນຂະຫຍາຍ ວິໄສທັດການພັດທະນາ ເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາ ເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາ ເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 05 ປີ (2021-2025) ໃຫ້ບັນລຸຜົນສໍາເລັດຢ່າງເປັນຮູບປະທຳ. ໂດຍສະເພາະ ເພື່ອແນ່ໃສ່ການຊຸກຍູ້ ສົ່ງເສີມການນຳໃຊ້ເຕັກໂນໂລຊີດິຈິຕອນ ໃນທົ່ວສັງຄົມ.
ໃນກອງປະຊຸມ ຝຶກອົບຮົມໃນ 02 ວັນນີ້ ແມ່ນປະກອບມີ 08 ຫົວຂໍ້, ຈາກ ທ່ານ Timothy Tay Huey En, ທີ່ປຶກສາດ້ານການຄຸ້ມຄອງ AI ຂອງ APCICT ແລະ ຜູ້ຝຶກອົບຮົມນຳຂອງ TÜV SÜD Singapore. ບັນດາຫົວຂໍ້ເນື້ອໃນຂອງແຕ່ລະບົດ ລ້ວນແຕ່ມີຄວາມສຳຄັນຫຼາຍ ແລະ ໄດ້ຖືກອອກແບບຢ່າງລະອຽດ ເພື່ອສ້າງຄວາມເຂົ້າໃຈທີ່ຄົບຖ້ວນ ກ່ຽວກັບປັນຍາປະດິດ (AI) ໂດຍເລີ່ມຕົ້ນຈາກພື້ນຖານ AI: ຕັ້ງແຕ່ Machine Learning ໄປເຖິງ Generative AI, ກອບຈັນຍາບັນ, ການຄຸ້ມຄອງຄວາມສ່ຽງ ແລະ ກໍລະນີສຶກສາໃນຂະແໜງຕ່າງໆ ແລະ ສິ່ງສຳຄັນທີ່ສຸດ, ທ່ານທັງໝົດຈະໄດ້ຮຽນຮູ້ວິທີການອອກແບບຍຸດທະສາດການຄຸ້ມຄອງ AI ລະດັບຊາດສຳລັບ ສປປ ລາວ ຂອງພວກເຮົາ.
ໃນຕອນທ້າຍ, ທ່ານປະທານ ຍັງໄດ້ເນັ້ນໜັກເຖີງຄວາມໝາຍ ຄວາມສຳຄັນ ໃນການຊຸກຍູ້ ແລະ ສົ່ງເສີມການຫັນເປັນທັນສະໄໝ. ພ້ອມກັນຕັ້ງໜ້າເອົາໃຈໃສ່ໃນການຮຽນຮູ້, ແລກປ່ຽນ ແລະ ແບ່ງປັນປະສົບການ ກ່ຽວກັບກ່ຽວກັບການນຳໃຊ້ AI ໃນຂະແໜງຂອງຕົນ ຮ່ວມກັບຄະນະທີມງານຄູຝຶກ ໃນຄັ້ງນີ້ ແລະ ທີ່ສຳຄັນ ຄືການສ້າງເຄືອຂ່າຍການຮ່ວມມື ເຊິ່ງກັນ ແລະ ກັນ ຊ່ວຍກັນຂັບເຄື່ອນວຽກງານດັ່ງກ່າວ ໃຫ້ໄດ້ຮັບຜົນສຳເລັດຕາມເປົ້າໝາຍ ສາມາດນຳໄປຕໍ່ຍອດ ເປັນເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານຂອງຕົນ ເພື່ອກຽມຄວາມພ້ອມ ໃນການພັດທະນາໃນຍຸກດິຈິຕອນ ໃຫ້ເປັນລະບົບຕໍ່ເນື່ອງໃຫ້ທົ່ວເຖີງ ແລະ ມີຜົນສຳເລັດຢ່າງມີປະສິດທິພາບ ປະສິດທິຜົນສູງ.
ບົດຂ່າວ: ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ.