04/09/2025

ໃນຕອນເຊົ້າ, ຂອງວັນທີ 04 ກັນຍາ 2025, ທີ່ໂຮງແຮມ Double Tree, ນະຄອນຫຼວງວຽງຈັນ. ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ (ກຕສ) ຮ່ວມກັບ ສູນຝຶກອົບຮົມ ເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອການພັດທະນາ ອາຊີ - ປາຊີຟິກ ໄດ້ເປີດຊຸດຝຶກອົບຮົມ ໃນຫົວຂໍ້ “ ການເພີ່ມຂີດຄວາມສາມາດ ໃຫ້ແກ່ຜູ້ປະກອບການເພດຍິງ ໂດຍຜ່ານການຫັນເປັນດິຈິຕອນ (Women ICT Frontier Initiative (WIFI) DX: Empowering Women Entrepreneurs through Digital Transformation)” ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ Kiyoung Ko, ຫົວໜ້າສູນຝຶກອົບຮົມ ເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອການພັດທະນາອາຊີປາຊີຟິກ (APCICT/ESCAP), ຜູ້ຕາງໜ້າຈາກສຳນັກງານສົ່ງເສີມເສດຖະກິດດິຈິຕອນ (DEPA) ຣາຊະອານາຈັກໄທ ແລະ ທ່ານຫົວໜ້າ/ຮອງກົມ/ທຽບເທົ່າ, ຄະນະສູນ, ຄະນະຮັບຜິດຊອບ ແລະ ນັກສໍາມະນາກອນ ທີ່ມາຈາກບັນດາກົມ/ທຽບເທົ່າ ຈາກກະຊວງ ຕສ ແລະ ຂະແໜງການຕ່າງໆ ເຂົ້າຮ່ວມທັງໝົດ ຈຳນວນ 56 ທ່ານ / ຍິງ 42 ທ່ານ.
ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອເປັນການສ້າງຄວາມຮັບຮູ້, ແລກປ່ຽນປະສົບການ ແລະ ສ້າງຄວາມເຂົ້າໃຈໃຫ້ເລິກເຊີ່ງ ກ່ຽວກັບການຊຸກຍູ້ ສົ່ງເສີມເພີ່ມຂີດຄວາມສາມາດ ໃຫ້ແກ່ຜູ້ປະກອບການເພດຍິງ ໂດຍຜ່ານນະວັດຕະກຳ ໃນການປະກອບທຸລະກິດດ້ວຍການຫັນເປັນດິຈິຕອນ, ສົ່ງເສີມທັກສະ ທາງດ້ານການຕະຫຼາດດິຈິຕອນ, ຊ່ວຍສົ່ງເສີມໃນການວິເຄາະຂໍ້ມູນໄດ້ຢ່າງເລິກເຊີ່ງ, ການຮັກສາ ຄວາມປອດໄພທາງດ້ານດິຈິຕອນ ແລະ ຄວາມເປັນສ່ວນຕົວທາງດ້ານຂໍ້ມູນ, ການເຮັດທຸລະກິດການຕະຫຼາດ ໃນໂລກອອນລາຍ ໃນປັດຈຸບັນ ທີ່ເຫັນວ່າເປັນກຳລັງແຮງໃນການສົ່ງເສີມບັນດາທຸລະກິດ ໃຫ້ມີຄວາມຍືນຍົງ ແລະ ຫຼຸດຜ່ອນຄວາມສ່ຽງຕ່າງໆໃນປັດຈຸບັນ.
ຊຸດຝຶກອົບຮົມດັ່ງກ່າວ, ຈະໄດ້ດຳເນີນໄປເປັນເວລາ 02 ວັນ, ຊຶ່ງຜູ້ເຂົ້າຮ່ວມຈະໄດ້ຮັບຟັງ ການນໍາສະເໜີ ແລະ ລົງເລິກ ຫຼາຍຫົວຂໍ້ທີ່ສໍາຄັນ ເປັນຕົ້ນ: ການສົ່ງເສີມການປະກອບກິດຈະການ ຂອງຜູ້ປະກອບການເພດຍິງ ຜ່ານການຫັນເປັນດິຈິຕອນ, ການຄ້າອິເລັກໂຕຣນິກ, ການຕະຫຼາດດິຈິຕອນ ແລະ ການວາງແຜນ ຄວາມຕໍ່ເນື່ອງຂອງທຸລະກິດດິິຈິຕອນ. ເຊິ່ງບັນດາຫົວຂໍ້ຕ່າງໆລ້ວນມີຄວາມສຳຄັນ ໃນການຊຸກຍູ້ ແລະ ສົ່ງເສີມການຫັນເປັນທັນສະໄໝ ໃຫ້ໄດ້ຮັບຜົນສຳເລັດ ສາມາດນຳໄປເປັນເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານຂອງຕົນ ເພື່ອກຽມຄວາມພ້ອມໃນຍຸກດິຈິຕອນ ໃຫ້ເປັນລະບົບຕໍ່ເນື່ອງ ແລະ ມີຜົນສຳເລັດຢ່າງມີປະສິດທິພາບ ປະສິດທິຜົນສູງສຸດ ໃນທົ່ວສັງຄົມ.
ບົດຂ່າວ: ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ