19/02/2026
ໃນວັນທີ 19 ກຸມພາ 2026, ທີ່ຫ້ອງປະຊຸມ ຊັ້ນ 02 (ເຂດດອນຕິ້ວ), ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ (ສຖຕ) ໄດ້ເປີດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ຢ່າງເປັນທາງການ. ກອງປະຊຸມຄັ້ງນີ້ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ປະລິນຍາເອກ ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຜູ້ຊີ້ນໍາວຽກງານຂອງສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ພ້ອມດ້ວຍຫົວໜ້າຫ້ອງການ, ຫົວໜ້າກົມຈັດຕັ້ງ, ຮອງຫົວໜ້າກົມແຜນການ ແລະ ການເງິນ ແລະ ຍັງມີບັນດາພະນັກງານ ສຖຕ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ຢ່າງພ້ອມພຽງ.



ກອງປະຊຸມໄດ້ເລີ່ມຕົ້ນດ້ວຍການກ່າວຕ້ອນຮັບ ແລະ ສະເໜີຈຸດປະສົງ ໂດຍ ທ່ານ ນ. ເກສອນ ສຸລິວົງ, ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ. ໃນວາລະກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ພ້ອມກັນຮັບຟັງການລາຍງານບົດສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານໃນຮອບ 1 ປີ ຜ່ານມາ ແລະ ປຶກສາຫາລືກ່ຽວກັບທິດທາງແຜນການໃນປີຕໍ່ໜ້າ. ພ້ອມກັນນັ້ນ, ບັນດາຜູ້ເຂົ້າຮ່ວມຍັງໄດ້ມີການປະກອບຄຳເຫັນຢ່າງກົງໄປກົງມາ, ແລກປ່ຽນບົດຮຽນທັງວຽກງານວິຊາສະເພາະ, ວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ເພື່ອຮ່ວມກັນກຳນົດວິທີການແກ້ໄຂບັນຫາ ແລະ ສິ່ງທ້າທາຍຕ່າງໆ ໃຫ້ມີຜົນສຳເລັດດີຂຶ້ນກວ່າເກົ່າ.
ໃນໂອກາດອັນສະຫງ່າລາສີນີ້, ກອງປະຊຸມຍັງໄດ້ຈັດພິທີມອບ-ຮັບ ລາງວັນຍ້ອງຍໍປະເພດຕ່າງໆ ເພື່ອເປັນການສ້າງຂະບວນການ ແລະ ຊຸກຍູ້ກຳລັງໃຈໃຫ້ແກ່ບຸກຄະລາກອນ ດັ່ງນີ້:
-
ພິທີມອບຫຼຽນກາທີ່ລະນຶກວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ: ເປັນກຽດມອບໂດຍ ທ່ານ ປະລິນຍາເອກ ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ.
-
ພິທີມອບໃບຍ້ອງຍໍ ຜົນການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024: ເປັນກຽດມອບໂດຍ ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ມະໂນທອງ ວົງລໍຄຳ, ຫົວໜ້າກົມຈັດຕັ້ງ.
-
ປະກາດຜົນການຄັດເລືອກພະແນກດີເດັ່ນ ແລະ ພະນັກງານດີເດັ່ນ ປະຈຳປີ 2025 ຂອງ ສຖຕ: ໂດຍ ທ່ານ ນາງ ຍອດໄຊ ທົງເດດ, ຮອງຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ.





