ການ​ເຄື່ອນ​ໄຫວ
ຄົ້ນ​ຫາ​ໃນ​ໜ້ານີ້

ສຖຕ ຈັດກອງປະຊຸມເປີດກວ້າງ ເພື່ອທາບທາມຄໍາເຫັນໃສ່ຮ່າງແຜນວຽກລະບົບນິເວດສະຕາດອັບ ຂອງ ສປປ ລາວ ພາຍໃຕ້ໂຄງການກອງທຶນພິເສດຂອບການຮ່ວມມື ແມ່ນນ້ຳຂອງ-ແມ່ນ້ຳລ້ານຊ້າງ ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງດ້ານລະບົບນິເວດສະຕາດອັບ (Startup) ໃນ ສປປ ລາວ, ຫວຽດນາມ ແລະ ໄທ”

02/01/2025

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈັດກອງປະຊຸມເປີດກວ້າງເພື່ອທາບທາມຄໍາເຫັນໃສ່ຮ່າງແຜນວຽກລະບົບນິເວດສະຕາດອັບ ຂອງ ສປປ ລາວ ແຕ່ປີ 2024-2030 (Startup Ecosystem Roadmap Lao PDR 2024-2030) ພາຍໃຕ້ໂຄງການກອງທຶນພິເສດຂອບການຮ່ວມມື ແມ່ນນ້ຳຂອງ-ແມ່ນ້ຳລ້ານຊ້າງ ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງດ້ານລະບົບນິເວດສະຕາດອັບ (Startup) ໃນ ສປປ ລາວ, ຫວຽດນາມ ແລະ ໄທ” ຄັ້ງວັນທີ 20 ທັນວາ 2024, ທີ່ແຂວງ ຫຼວງພະບາງ

ອ່ານ​ເພີ່ມ

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈັດກອງປະຊຸມຝຶກອົບຮົມ ການນໍາໃຊ້ເຕັກໂນໂລຊີ ທັນສະໄໝ ເພື່ອຂະຫຍາຍທຸລະກິດສະຕາດອັບ ໃຫ້ແກ່ພະແນກ ຕສ ແຂວງຫົວພັນ, ພະແນກອ້ອມຂ້າງ, ນັກທຸລະກິດ ຂອງແຂວງຫົວພັນ ແລະ ນະຄອນຫຼວງວຽງຈັນ

27/12/2024

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈັດກອງປະຊຸມຝຶກອົບຮົມ ການນໍາໃຊ້ເຕັກໂນໂລຊີ ທັນສະໄໝ ເພື່ອຂະຫຍາຍທຸລະກິດສະຕາດອັບ ໃຫ້ແກ່ພະແນກ ຕສ ແຂວງຫົວພັນ, ພະແນກອ້ອມຂ້າງ, ນັກທຸລະກິດ ຂອງແຂວງຫົວພັນ ແລະ ນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງ ວັນທີ 18 ທັນວາ 2024 ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ (ສຖຕ), ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ໄດ້ຈັດກອງປະຊຸມຝຶກອົບຮົມ ການນໍາໃຊ້ເຕັກໂນໂລຊີ ທັນສະໄໝ ເພື່ອຂະຫຍາຍທຸລະກິດສະຕາດອັບ ໃຫ້ແກ່ພະແນກ ຕສ ແຂວງຫົວພັນ, ພະແນກອ້ອມຂ້າງ, ນັກທຸລະກິດ ຂອງແຂວງຫົວພັນ ແລະ ນະຄອນຫຼວງວຽງຈັນ, ເຊິ່ງໄດ້ຈັດຂຶ້ນທີ່ ຫ້ອງປະຊຸມຊັ້ນ 1, ສະຖາບັນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ນ. ເກສອນ ສຸລິວົງ ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ.

ອ່ານ​ເພີ່ມ

ໜ່ວຍຊາວໜຸ່ມສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ເຂົ້າຮ່ວມຢ້ຽມຊົມອານຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ

12/12/2024

ໜ່ວຍຊາວໜຸ່ມສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ເຂົ້າຮ່ວມຢ້ຽມຊົມອານຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ

ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ກອງປະຊຸມໃຫຍ່ຄັ້ງທີ III ຂອງຜູ້ແທນຊາວໜຸ່ມ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ. ໃນຕອນບ່າຍ, ວັນທີ 06 ທັນວາ 2024, ໜ່ວຍຊາວໜຸ່ມສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ນໍາພາໂດຍທ່ານ ນາງ ເກສອນ ສຸລິວົງ, ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ພ້ອມດ້ວຍຄະນະສູນ ແລະ ສະມາຊິກຊາວໜຸ່ມ ລວມທັງໝົດ 16 ທ່ານ ເຂົ້າຮ່ວມຢ້ຽມຊົມ ອານຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ.

ອ່ານ​ເພີ່ມ

ສະຖິຕິ
ວິໃສທັດ,ແຜນຍຸດທະສາດ