ການ​ເຄື່ອນ​ໄຫວ
ຄົ້ນ​ຫາ​ໃນ​ໜ້ານີ້

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ສຳເລັດກອງປະຊຸມກາງສະໄໝ, ຄັ້ງທີ I ຂອງໜ່ວຍພັກຂອງຕົນຢ່າງຈົບງາມ

30/05/2023

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ສຳເລັດກອງປະຊຸມກາງສະໄໝ, ຄັ້ງທີ I ຂອງໜ່ວຍພັກຂອງຕົນຢ່າງຈົບງາມ

ໃນຕອນເຊົ້າຂອງວັນທີ 22 ພຶດສະພາ 2023, ເວລາ 8:00 ໂມງເຊົ້າ, ໜ່ວຍພັກສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ໄດ້ເປີດກອງປະຊຸມກາງສະໄໝ ຄັ້ງທີ I ຂອງໜ່ວຍພັກສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຂຶ້ນ ທີ່ຫ້ອງປະຊຸມໃຫ່ຍ ຊັ້ນ 1, ເຂດຕຶກດອນຕີ້ວ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໂດຍການເປັນປະທານຂອງ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະປະຈຳພັກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ມີ ສະຫາຍ ນາງ ເກສອນ ສຸລິວົງ ຄະນະກຳມະການພັກກະຊວງ, ເລຂາໜ່ວຍພັກ ພ້ອມດ້ວຍ ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນເຂົ້າຮ່ວມທັງໜົດ 16 ສະຫາຍ, ຍິງ 09 ສະຫາຍ ແລະ ຄະນະລົງຕິດຕາມກອງປະຊຸມ 03 ສະຫາຍ, ຍິງ 01 ສະຫາຍ.

ອ່ານ​ເພີ່ມ

 

ໜ່ວຍຊາວໜຸ່ມສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ສຳເລັດການປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳສົກປີ 2022

23/05/2023

ໜ່ວຍຊາວໜຸ່ມສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ສຳເລັດການປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳສົກປີ 2022

ໃນຕອນບ່າຍ, ວັນທີ 23 ພຶດສະພາ 2023 ເວລາ 14:30 ໂມງ ທີ່ຫ້ອງປະຊຸມ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ເຂດດອນຕິ້ວ). ຄະນະບໍລິຫານງານຊາວໜຸ່ມກະຊວງ ເຕັກໂນໂລຊີ ແລະ ການສື່ສານ ນໍາພາໂດຍ ສະຫາຍ ປອ. ປະດັບໄຊ ໄຊຍະໂຄດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ເຕັກໂນໂລຊີ ແລະ ການສື່ສານ ພ້ອມຄະນະໄດ້ລົງກວດກາ ແລະ ປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາສົກປີ 2022 ຂອງໜ່ວຍຊາວໜຸ່ມສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ. ໂດຍໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ແສງຈັນ ພະໄຊຍະແສງ, ກຳມະການໜ່ວຍພັກ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍຄະນະບໍລິຫານງານໜ່ວຍຊາວໜຸ່ມ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານ​ເພີ່ມ

 

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈັດກອງປະຊຸມປະຈຳເດືອນ ພ້ອມທັງຈັດພິທິຕ້ອນຮັບຮັກສາການຮອງຫົວໜ້າສູນ.

01/03/2023

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈັດກອງປະຊຸມປະຈຳເດືອນ ພ້ອມທັງຈັດພິທິຕ້ອນຮັບຮັກສາການຮອງຫົວໜ້າສູນ.

ໃນຕອນເຊົ້າຂອງວັນທີ 01 ມີນາ 2023, ທີ່ຫ້ອງປະຊຸມຊັ້ນ II ຕຶກດອນຕີ້ວ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈັດກອງປະຊຸມປະຈຳເດືອນ ພ້ອມກັນນັນກໍ່ຍັງມີວາລະທີ່ມີຄວາມໝາຍສຳຄັນ ຄືພິທິຕ້ອນຮັບຮັກສາການຮອງຫົວໜ້າສູນ ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ນາງ ເກສອນ ສຸລິວົງ ຫົວໜ້າສູນ ພ້ອມດ້ວຍຄະນະສູນ ແລະ ພະນັກງານຂອງສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ເຂົ້າຮ່ວມກອງປະຊຸມດັ່ງກ່າວຢ່າງພ້ອມພຽງ.

ອ່ານ​ເພີ່ມ

 

ໜ່ວຍຊາວໜຸ່ມສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ I ຂອງຕົນຢ່າງຈົບງາມ.

02/02/2023

ໜ່ວຍຊາວໜຸ່ມສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ I ຂອງຕົນຢ່າງຈົບງາມ.

ໃນຕອນບ່າຍຂອງວັນທີ 01 ກຸມພາ 2023, ທີ່ ຫ້ອງປະຊຸມ 02 ຊັ້ນ II (ຕຶກດອນຕີ້ວ) ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ), ໜ່ວຍຊາວໜຸ່ມສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ (ສຖຕ) ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ I ຂອງຕົນຂຶ້ນ ໂດຍການເປັນປະທານຮ່ວມ ຂອງສະຫາຍ ນາງ ເກສອນ ສຸລິວົງ, ຄະນະພັກກະຊວງ, ເລຂາໜ່ວຍພັກ ສຖຕ ແລະ ສະຫາຍ ພວງປະເສີດ ແກ້ວສຸວັນ, ຄະນະພັກກະຊວງ, ກໍາມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກຕສ ແລະ ປະທານຮາກຖານກໍາມະບານ ສຖຕ, ຫົວໜ້າໜ່ວຍສະຫະພັນແມ່ຍິງ ສຖຕ. ພ້ອມນີ້ຍັງມີແຂກຮັບເຊີນຈາກ 14 ຮາກຖານ/ໜ່ວຍຊາວໜຸ່ມບັນດາກົມ/ທຽບເທົ່າ ແລະ ຕາງໜ້າຈາກຫ້ອງການພັກ ແລະ ການຈັດຕັ້ງມະຫາຊົນ ພ້ອມດ້ວຍບັນດາສະມາຊິກຊາວໜຸ່ມຜູ້ແທນສົມບູນຂອງສູນເຂົ້າຮ່ວມ ໃນນັ້ນ ມີຜູ້ແທນກອງປະຊຸມເຂົ້າຮ່ວມທັງໝົດ 22 ສະຫາຍ, ຍິງ 11 ສະຫາຍ.

ອ່ານ​ເພີ່ມ

 

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈັດງານມອບໃບຍ້ອງຍໍຜົນງານ 05 ປີ (2016-2020) ແລະ ຜົນງານປະຈຳປີ 2021

09/01/2023

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈັດງານມອບໃບຍ້ອງຍໍຜົນງານ 05 ປີ (2016-2020) ແລະ ຜົນງານປະຈຳປີ 2021

ໃນຕອນບ່າຍວັນທີ, 09 ມັງກອນ 2023, ທີ່ຫ້ອງປະຊຸມ 03 ຊັ້ນ II ຕຶກດອນຕິ້ວ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີໄດ້ຈັດງານມອບ ໃບຍ້ອງຍໍ ແກ່ບຸກຄົນພະນັກງານພາຍໃນສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ທີ່ມີ “ຜົນງານ 05 ປີ (2016-2020) ໃນຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ການຜັນຂະຫຍາຍວຽກງານສາມສ້າງເຂົ້າສູ່ລວງເລິກ” ແລະ “ຜົນງານໃນການປະຕິບັດໜ້າທີ່ວຽກງານ ປະຈຳປີ 2021”.

ອ່ານ​ເພີ່ມ

 

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈັດກອງປະຊຸມຜ່ານແຜນວຽກງານຂອງແຕ່ລະພະແນກພາຍໃນສູນ ເພື່ອຈັດຕັ້ງປະຕິບັດໃນປີ 2023

09/01/2023

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈັດກອງປະຊຸມຜ່ານແຜນວຽກງານຂອງແຕ່ລະພະແນກພາຍໃນສູນ ເພື່ອຈັດຕັ້ງປະຕິບັດໃນປີ 2023

ໃນຕອນບ່າຍ, ວັນທີ 05 ມັງກອນ 2023 ທີ່ຫ້ອງປະຊຸມຊັ້ນ II ຕຶກ ດອນຕິ້ວ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ໄດ້ຈັດກອງປະຊຸມການສ້າງແຜນວຽກປະຈຳປີ 2023 ຂອງແຕ່ລະພະແນກພາຍໃນສູນ ໃຫ້ມີທິດທາງແຜນການ, ແຜນວຽກຈຸດສຸມ, ໂຄງການທີ່ກ່ຽວຂ້ອງກັບໜ້າທີ່ພາລະບົດບາດຂອງສູນເວົ່້າລວມ ເວົ້າສະເພາະແມ່ນບັນດາໜ້າວຽກສຳຄັນທີ່ຕິດພັນກັບບັນດາວຽກງານສົ່ງເສີມເຕັກໂນໂລຊີ, ຖ່າຍທອດເຕັກໂນໂລຊີ, ການສົ່ງເສີມທຸລະກິດສະຕາດອັບ, ການຫັນເປັນດິຈິຕ໋ອນ ແລະ ການສົ່ງເສີມເຂດເຕັກໂນໂລຊີ ເພື່ອຮັບປະກັນໃນການປະຕິບັດວຽກງານໃຫ້ມີປະສິດທິຜົນດີ.

ອ່ານ​ເພີ່ມ

 

ຮາກຖານກຳມະບານສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈັດກອງປະຊຸມ ຜ່ານບົດແນະນໍາກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂງຂັນ 5 ເປັນເຈົ້າ ແລະ ສະຫຼຸບຜົນການປະເມີນຂໍ້ແຂງຂັນ 5 ເປັນເຈົ້າ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023

22/11/2022

ຮາກຖານກຳມະບານສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈັດກອງປະຊຸມ ຜ່ານບົດແນະນໍາກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂງຂັນ 5 ເປັນເຈົ້າ ແລະ ສະຫຼຸບຜົນການປະເມີນຂໍ້ແຂງຂັນ 5 ເປັນເຈົ້າ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023

ໃນຕອນເຊົ້າ ຂອງວັນທີ 17 ພະຈິກ 2022, ເວລາ 09:00 ໂມງ, ທີ່ຫ້ອງປະຊຸມ ຊັ້ນ 2, ຕຶກດອນຕີ້ວ (ຫຼັກ 14), ຮາກຖານກຳມະບານສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ໄດ້ຈັດກອງປະຊຸມຂື້ນ ໂດຍການເປັນປະທານ ຂອງ ສະຫາຍ ມີນາໄຊ ພິລາວົງ, ຄະນະພັກກະຊວງ ຕສ, ເລຂາໜ່ວຍພັກສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ມີສະມະຊິກພາຍໃນຮາກຖານກຳມະບານສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ເຂົ້າຮ່ວມທັງໝົດ 18 ສະຫາຍ, ຈຸດປະສົງຂອງກອງປະຊຸຸມແມ່ນ ຜ່ານບົດແນະນໍາກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂງຂັນ 05 ເປັນເຈົ້າ, ສະຫຼຸບຜົນການປະເມີນຂໍ້ແຂງຂັນ 5 ເປັນເຈົ້າ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023, ຜ່ານບົດລາຍງານຜົນການປະເມີນ 05 ເປັນເຈົ້າ ປະຈໍາປີ 2022, ຜ່ານບົດສະຫຼຸບວຽກງານກວດກາ ປະຈໍາປີ 2022 ແລະ ສະຫຼຸບວຽກງານການເງີນ ຂອງຮາກຖານ ສຖຕ ປະຈໍາປີ 2022.

ອ່ານ​ເພີ່ມ

 

ໜ່ວຍຊາວໜຸ່ມ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ເປີດກອງປະຊຸມ ປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປີປະຈຳ 2021.

21/11/2022

ໜ່ວຍຊາວໜຸ່ມ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ເປີດກອງປະຊຸມ ປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປີປະຈຳ 2021.

ໃນຕອນບ່າຍ ຂອງວັນທີ 16 ພະຈິກ 2022 ທີ່ຫ້ອງປະຊຸມຕຶກດອນຕີ້ວ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ໜ່ວຍຊາວໜຸ່ມສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ໄດ້ຈັດກອງປະຊຸມ ປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປີ 2021. ໂດຍການເປັນປະທານຂອງສະຫາຍ ມີນາໄຊ ພິລາວົງ, ເລຂາໜ່ວຍພັກ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ແລະ ເປັນກຽດເຂົ້າຮ່ວມ ໂດຍ ສະຫາຍ ແສງຈັນ ພະໄຊຍະແສງ, ກຳມະການ ໜ່ວຍພັກ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານ​ເພີ່ມ

 

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈັດຝຶກອົບຮົມ ວຽກງານການຫັນເປັນດິຈິຕ໋ອນ ແລະ ວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ພະແນກ ເຕັກໂນໂລຊີ ແລະ ການສື່ສານ 05 ແຂວງ ພາກກາງ ແລະ ນະຄອນຫຼວງວຽງຈັນ

27/10/2022

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈັດຝຶກອົບຮົມ ວຽກງານການຫັນເປັນດິຈິຕ໋ອນ ແລະ ວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ພະແນກ ເຕັກໂນໂລຊີ ແລະ ການສື່ສານ 05 ແຂວງ ພາກກາງ ແລະ ນະຄອນຫຼວງວຽງຈັນ

ໃນຕອນບ່າຍຂອງວັນທີ 25 ຕຸລາ 2022 ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ມີການເປີດ ຝຶກອົບຮົມ ວຽກງານການຫັນເປັນດິຈິຕ໋ອນ ແລະ ວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ພະແນກ ເຕັກໂນໂລຊີ ແລະ ການສື່ສານ (ຕສ) 05 ແຂວງ ພາກກາງ ຄື ແຂວງ ວຽງຈັນ, ໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ພະແນກ ຕສ ນະຄອນຫຼວງວຽງຈັນ ທີ່ຫ້ອງປະຊຸມໃຫຍ່ ຕຶກເຂດດອນຕິ້ວ ໂດຍການເປັນປະທານກອງປະຊຸມ ໂດຍ ທ່ານ ບັນດິດ ສາດສະດາຈານ ບໍວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ.

ອ່ານ​ເພີ່ມ

 

 

 

Facebook page
ແຜນພັດທະນາເຕັກໂນໂລຊີ ແລະ ການສື່ສານ 2025
ວິໄສທັດ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຜນແມ່ບົດດິຈິຕອນອາຊຽນ 2025