27/10/2022

ໃນຕອນບ່າຍຂອງວັນທີ 25 ຕຸລາ 2022. ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ມີການເປີດ ຝຶກອົບຮົມ ວຽກງານການຫັນເປັນດິຈິຕ໋ອນ ແລະ ວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ພະແນກ ເຕັກໂນໂລຊີ ແລະ ການສື່ສານ (ຕສ) 05 ແຂວງ ພາກກາງ ຄື ແຂວງ ວຽງຈັນ, ໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ພະແນກ ຕສ ນະຄອນຫຼວງວຽງຈັນ ທີ່ຫ້ອງປະຊຸມໃຫຍ່ ຕຶກເຂດດອນຕິ້ວ ໂດຍການເປັນປະທານກອງປະຊຸມ ໂດຍ ທ່ານ ບັນດິດ ສາດສະດາຈານ ບໍວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ກຽດ ກ່າວເປິດ ແລະ ໃຫ້ກຽດຂຶ້ນບັນຍາຍ ໃນຫົວຂໍ້: “ການປະຕິວັດອຸດສາຫະກໍາ ຄັ້ງທີ 4 ແລະ ການຫັນເປັນດິຈິຕ໋ອນ ຂອງ ສປປລາວ”,
ເຊິ່ງຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນ ເພື່ອ ສົ່ງເສີມ ແລະ ເຜີຍແຜ່ວຽກງານການຫັນເປັນດິຈິຕ໋ອນ ໃນການພັດທະນາເສດຖະກິດ ສັງຄົມ ແຫ່ງຊາດ ເຊິ່ງປະກອບມີ 3 ເສົາຄໍ້າ ຄື: ການສ້າງລັດຖະບານດິຈິຕ໋ອນ, ການສ້າງເສດຖະກິດດິຈິຕ໋ອນ ແລະ ການສ້າງສັງຄົມດິຈິຕ໋ອນ ເພື່ອຜັນຂະຫຍາຍ ການຮັບຮອງ ວິໄສທັດການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 20 ປີ (2010-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາ ເສດຖະກິດດິຈິຕ໋ອນ ແຫ່ງຊາດ ໄລຍະ 5 ປີ (2021-2025) ທີ່ປະກອບມີ 08 ຍຸດທະສາດ ແລະ 14 ແຜນງານ ໃຫ້ກັບບັນດາ ຄະນະພະແນກ ຕສ ແຂວງ, ວິຊາການຈາກ ຂະແໜງ ໄປສະນີ ແລະ ໂທລະຄົມມະນາຄົມ, ຂະແໜງເຕັກໂນໂລຊີິດິຈິຕອນ ແລະ ຄວາມປອດໄພໄຊເບີ ແລະ ຂະແໜງເຕັກໂນໂລຊີ ແລະ ນະວັດຕະກໍາ.
ການຝຶກອົບຮົມໃນຄັ້ງນີ້ໄດ້ຈັດຂຶ້ນເປັນເວລາ 03 ວັນເຕັມ (25-27 ຕຸລາ 2022) ໂດຍມີຫົວຂໍ້ ທີ່ບັນດາ 10 ກົມ, ສູນ, ສະຖາບັນ ທີ່ຂື້ນກັບກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຂຶ້ນນຳສະເໜີ ທີ່ຕັ້ງ ແລະ ພາລະບົດບາດ ຂອງຕົນ, ພ້ອມທັງການຜັນຂະຫຍາຍມະຕິ ຂອງສະພາ ແຫ່ງຊາດ ວ່າດ້ວຍ ແຜນພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ ແລະ ການສະເໜີ ແບ່ງຂັ້ນຄຸ້ມຄອງລະຫວ່າງກະຊວງ ແລະ ພະແນກ ຕສ ແຂວງ, ພະແນກ ຕສ ນະຄອນຫຼວງວຽງຈັນ.
ນອກຈາກນັ້ນ ກໍ່ໄດ້ມີການເຊີນບັນດາຜູ້ເຂົ້າຮ່ວມຝືກອົບຮົມ ເຂົ້າຮ່ວມຢ້ຽມຢາມສູນຂໍ້ມູນ (Data Center) ດົງໝາກຄາຍ ຂອງ ກົມເຕັກໂນໂລຊີດິຈິຕ໋ອນ ແລະ ຢ້ຽມຢາມສູນຂໍ້ມູນ ແຫ່ງຊາດ (National Data Center) ແລະ ບັນດາໂຄງລ່າງເຕັກໂນໂລຊີດິຈິຕ໋ອນ ຂອງ ສູນອິນເຕີເນັດ ແຫ່ງຊາດ.
ຮູບພາບ ແລະ ຂ່າວໂດຍ: ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ