ໜ່ວຍຊາວໜຸ່ມ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ເປີດກອງປະຊຸມ ປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປີປະຈຳ 2021.

21/11/2022

ໜ່ວຍຊາວໜຸ່ມ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ເປີດກອງປະຊຸມ ປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປີປະຈຳ 2021.

ໃນຕອນບ່າຍ ຂອງວັນທີ 16 ພະຈິກ 2022 ທີ່ຫ້ອງປະຊຸມຕຶກດອນຕີ້ວ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ໜ່ວຍຊາວໜຸ່ມສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ໄດ້ຈັດກອງປະຊຸມ ປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປີ 2021. ໂດຍການເປັນປະທານຂອງສະຫາຍ ມີນາໄຊ ພິລາວົງ, ເລຂາໜ່ວຍພັກ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ແລະ ເປັນກຽດເຂົ້າຮ່ວມ ໂດຍ ສະຫາຍ ແສງຈັນ ພະໄຊຍະແສງ, ກຳມະການໜ່ວຍພັກ, ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີເຂົ້າຮ່ວມຢ່າງພ້ອມພຽງ.

ເຊີ່ງເນື້ອໃນຂອງກອງປະຊຸມ ແມ່ນໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ຂໍ້ເເຂ່ງຂັນ 4 ບຸກ ປະຈໍາປີ 2021 ແລະ ລາຍງານວຽກງານກວດກາການປະເມີນຂໍ້ເເຂ່ງຂັນ 4 ບຸກ ປະຈໍາປີ 2022 ພ້ອມກັບ ລາຍງານແຜນການເຄື່ອນໄຫວວຽກງານຊາວໜຸ່ມ ໃນໄລຍະຜ່ານມາ ແລະ ແຜນການເຄື່ອນໄຫວໃນຕໍ່ໜ້າ.

ເນື້ອໃນຂໍ້ແຂ່ງຂັນ 4 ບຸກ

  1. ບຸກດ້ນແນວຄິດ
  2. ບຸກດ້ານການຝຶກຝົນຫຼໍ່ຫຼອມ, ຮໍ່າຮຽນ
  3. ບຸກດ້ານວຽກງານການຈັດຕັ້ງ
  4. ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທຳ

ຈຸດປະສົງຂອງເນື້ອໃນຂໍ້ແຂ່ງຂັນ 4 ບຸກທັງນີ້ກໍ່ ເພື່ອຍົກສູງຄຸນນະພາບຂອງການຈັດຕັ້ງໜ່ວຍຊາວໜຸ່ມໃຫ້ໜັກແໜ້ນທາງດ້ານອຸດົມການ, ແນວຄິດ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ, ມີແບບແຜນທີ່ມີວິທະຍາສາດກາຍເປັນໃຈກາງເຕົ້າໂຮມກຳລັງແຮງສັງລວມ ແລະ ຄວາມສາມັກຄີຂອງໜ່ວຍຊາວໜຸ່ມ ໃຫ້ມີຄູນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ ແລະ ຄວາມສາມາດສົມຄູ່ກັບລະດັບການພັດທະນາ ແລະ ໜ້າທີ່ທີ່ໄດ້ຮັບມອບໝາຍກາຍເປັນກຳລັງແຮງປະຈັນບານ, ເປັນບໍ່ເພນໃຫ້ແກ່ພັກ ແລະ ກາຍເປັນຜູ້ສືບທອດທີ່ມີຄຸນນະພາບຂອງການປະຕິວັດ.

ກອງປະຊຸມ ໄດ້ປິດລົງ ເວລາ 16:10 ໂມງ ໃນມື້ດຽວກັນ.

ຂ່າວ ແລະ ຮູບພາບ:  ໜ່ວຍຊາວໜຸ່ມສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ.

 

Facebook page
ແຜນພັດທະນາເຕັກໂນໂລຊີ ແລະ ການສື່ສານ 2025
ວິໄສທັດ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຜນແມ່ບົດດິຈິຕອນອາຊຽນ 2025