22/11/2022

ໃນຕອນເຊົ້າ ຂອງວັນທີ 17 ພະຈິກ 2022, ເວລາ 09:00 ໂມງ, ທີ່ຫ້ອງປະຊຸມ ຊັ້ນ 2, ຕຶກດອນຕີ້ວ (ຫຼັກ 14), ຮາກຖານກຳມະບານສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ໄດ້ຈັດກອງປະຊຸມຂື້ນ ໂດຍການເປັນປະທານ ຂອງ ສະຫາຍ ມີນາໄຊ ພິລາວົງ, ຄະນະພັກກະຊວງ ຕສ, ເລຂາໜ່ວຍພັກສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ມີສະມະຊິກພາຍໃນຮາກຖານກຳມະບານສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ເຂົ້າຮ່ວມທັງໝົດ 18 ສະຫາຍ, ຈຸດປະສົງຂອງກອງປະຊຸຸມແມ່ນ ຜ່ານບົດແນະນໍາກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂງຂັນ 05 ເປັນເຈົ້າ, ສະຫຼຸບຜົນການປະເມີນຂໍ້ແຂງຂັນ 5 ເປັນເຈົ້າ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023, ຜ່ານບົດລາຍງານຜົນການປະເມີນ 05 ເປັນເຈົ້າ ປະຈໍາປີ 2022, ຜ່ານບົດສະຫຼຸບວຽກງານກວດກາ ປະຈໍາປີ 2022 ແລະ ສະຫຼຸບວຽກງານການເງີນ ຂອງຮາກຖານ ສຖຕ ປະຈໍາປີ 2022.
ນອກຈາກນັ້ນ ສະຫາຍເລຂາໜ່ວຍພັກສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ໄດ້ມີທິດໂອ້ລົມຕໍ່ກອງປະຊຸມ ໃນບາງຈຸດຄື: ໃຫ້ຄະນະຮາກຖານ ແລະ ສະມະຊິກ ທຸກສະຫາຍ ພາຍໃນຮາກຖານກຳມະບານສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈົ່ງພ້ອມກັນເອົາໃຈໃສ່ໃນການ ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ເປັນເຈົ້າການ ໃນການຈັດຕັ້ງປະຕິບັດ ເນື້ອໃນຂໍແຂງຂັນ 05 ເປັນເຈົ້າໃຫ້ປະກົດຜົນເປັນຈິງເຊັນ:
- ເປັນເຈົ້າການ ຝຶກຝົນຫຼໍ່ຫຼອມ ທາງດ້ານການເມືອງ-ແນວຄິດ
- ເປັນເຈົ້າການ ປະຕິບັດກົດໝາຍ ແລະ ລະບຽບການຂອງລັດ
- ເປັນເຈົ້າການ ພັດທະນາຕົນເອງ ແລະ ການຈັດຕັ້ງ
- ເປັນເຈົ້າການ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ
- ເປັນເຈົ້າການ ປະຕິບັດໜ້າທີ່ວິຊາສະເພາະ ຢ່າງປະດິດສ້າງ
ບົດຂ່າວ ແລະ ຮູບພາບ: ຮາກຖານກຳມະບານສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ