ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈັດກອງປະຊຸມຜ່ານແຜນວຽກງານຂອງແຕ່ລະພະແນກພາຍໃນສູນ ເພື່ອຈັດຕັ້ງປະຕິບັດໃນປີ 2023
09/01/2023

ໃນຕອນບ່າຍ, ວັນທີ 05 ມັງກອນ 2023 ທີ່ຫ້ອງປະຊຸມຊັ້ນ II ຕຶກ ດອນຕິ້ວ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ໄດ້ຈັດກອງປະຊຸມການສ້າງແຜນວຽກປະຈຳປີ 2023 ຂອງແຕ່ລະພະແນກພາຍໃນສູນ ໃຫ້ມີທິດທາງແຜນການ, ແຜນວຽກຈຸດສຸມ, ໂຄງການທີ່ກ່ຽວຂ້ອງກັບໜ້າທີ່ພາລະບົດບາດຂອງສູນເວົ່້າລວມ ເວົ້າສະເພາະແມ່ນບັນດາໜ້າວຽກສຳຄັນທີ່ຕິດພັນກັບບັນດາວຽກງານສົ່ງເສີມເຕັກໂນໂລຊີ, ຖ່າຍທອດເຕັກໂນໂລຊີ, ການສົ່ງເສີມທຸລະກິດສະຕາດອັບ, ການຫັນເປັນດິຈິຕ໋ອນ ແລະ ການສົ່ງເສີມເຂດເຕັກໂນໂລຊີ ເພື່ອຮັບປະກັນໃນການປະຕິບັດວຽກງານໃຫ້ມີປະສິດທິຜົນດີ.
ຂ່າວ ແລະ ຮູບພາບ: ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ