ໜ່ວຍຊາວໜຸ່ມສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ I ຂອງຕົນຢ່າງຈົບງາມ.

02/02/2023

ໜ່ວຍຊາວໜຸ່ມສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ I ຂອງຕົນຢ່າງຈົບງາມ.

ໃນຕອນບ່າຍຂອງວັນທີ 01 ກຸມພາ 2023, ທີ່ ຫ້ອງປະຊຸມ 02 ຊັ້ນ II (ຕຶກດອນຕີ້ວ) ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ), ໜ່ວຍຊາວໜຸ່ມສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ (ສຖຕ) ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ I ຂອງຕົນຂຶ້ນ ໂດຍການເປັນປະທານຮ່ວມ ຂອງສະຫາຍ ນາງ ເກສອນ ສຸລິວົງ, ຄະນະພັກກະຊວງ, ເລຂາໜ່ວຍພັກ ສຖຕ ແລະ ສະຫາຍ ພວງປະເສີດ ແກ້ວສຸວັນ, ຄະນະພັກກະຊວງ, ກໍາມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກຕສ ແລະ ປະທານຮາກຖານກໍາມະບານ ສຖຕ, ຫົວໜ້າໜ່ວຍສະຫະພັນແມ່ຍິງ ສຖຕ. ພ້ອມນີ້ຍັງມີແຂກຮັບເຊີນຈາກ 14 ຮາກຖານ/ໜ່ວຍຊາວໜຸ່ມບັນດາກົມ/ທຽບເທົ່າ ແລະ ຕາງໜ້າຈາກຫ້ອງການພັກ ແລະ ການຈັດຕັ້ງມະຫາຊົນ ພ້ອມດ້ວຍບັນດາສະມາຊິກຊາວໜຸ່ມຜູ້ແທນສົມບູນຂອງສູນເຂົ້າຮ່ວມ ໃນນັ້ນ ມີຜູ້ແທນກອງປະຊຸມເຂົ້າຮ່ວມທັງໝົດ 22 ສະຫາຍ, ຍິງ 11 ສະຫາຍ.

ກອງປະຊຸມໃຫຍ່ຄັ້ງນີ້ ແມ່ນ ໄດ້ຮັບຟັງບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາ ຊຶ່ງໄດ້ສະຫຼຸບຕີລາຄາຜົນງານການເຄື່ອນໄຫວວຽກງານຂອງໜ່ວຍຊາວໜຸ່ມ ສຖຕ ໃນໄລຍະຜ່ານມາ (2019-2022) ແລະ ກໍານົດທິດທາງແຜນການໃນ 05 ປີຕໍ່ໜ້າ ຊຶ່ງໄດ້ວາງມາດຕະການໃນການຈັດຕັ້ງປະຕິບັດ ດັ່ງນີ້:

  • ເພີ່ມທະວີການເຂົ້າຮ່ວມຂະບວນການ ກັບ ພາກສ່ວນຕ່າງໆ ທັງພາຍໃນກະຊວງ ແລະ ອ້ອມຂ້າງກະຊວງ ເພື່ອຖອດຖອນ ແລະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ;
  • ສຸມໃສ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃຫ້ຕິດພັນໄປກັບແຜນການເຄື່ອນໄຫວວຽກງານວິຊາສະເພາະຂອງໜ່ວຍ ເພື່ອຮັບປະກັນໄດ້ ປະສິດທິພາບ ແລະ ປະສິດທິຜົນສູງສຸດ;
  • ຊຸກຍູ້ສົ່ງເສີມ ແລະ ຍົກລະດັບຄວາມຮູ້ທັກສະຄວາມສາມາດເປັນຕົ້ນ: ພາສາຕ່າງປະເທດ ແລະ ທັກສະດ້ານເຕັກໂນໂລຊີໃຫ້ສູງຂຶ້ນເລື້ອຍໆໃນຍຸກຂອງການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານດ້ານດີຈີຕອນ; ໂດຍຄຽງຄູ່ກັບການສຶກສາອົບຮົມດ້ານການເມືອງ-ແນວຄິດ, ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ ແລະ ລະບຽບກົດໝາຍຂອງລັດ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວທີ່ໄດ້ວາງອອກ.

ເພື່ອເປັນການຊົມເຊີຍຕໍ່ກັບຜົນງານໃນການປະຕິບັດໜ້າທີ່, ກໍ່ໄດ້ມີພິທີມອບໃບຍ້ອງຍໍຂັ້ນຄະນະບໍລິຫານງານຊາວໜຸ່ມ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃຫ້ແກ່ຄະນະໜ່ວຍຊາວໜຸ່ມສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຊຸດເກົ່າ.

ພ້ອມນີ້, ຫຼັງຈາກຄະນະໜ່ວຍຊາວໜຸ່ມຊຸດເກົ່າໄດ້ອຳລາໜ້າທີ່ແລ້ວ ບັນດາຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊາວໜຸ່ມ ສຖຕ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້ ຊຶ່ງມີຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 05 ສະຫາຍ, ຍິງ 01 ສະຫາຍ ແລະ ເລືອກໄດ້ 03 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຄົບຄະນະປະທານກອງປະຊຸມໃຫຍ່ ໄດ້ຕົກລົງເຫັນດີເລືອກເອົາ ຄະນະໜ່ວຍຊາວໜຸ່ມ ດັ່ງນີ້:

ສະຫາຍ ອາພິສິດ ພົມມະວົງ ເປັນເລຂາ, ສະຫາຍ ເບຕີ່ ພັນທະວົງ ເປັນຮອງເລຂາ ແລະ ປະທານກວດກາ, ສະຫາຍ ສິລິຄຸນ ພັນທາໄມໄຂ ເປັນກຳມະການ.

ໃນໂອກາດນີ້, ສະຫາຍ ພວງປະເສີດ ແກ້ວສຸວັນ ໃຫ້ມີຄໍາເຫັນ ແລະ ໂອ້ລົມ ຕໍ່ກອງປະຊຸມ ຊຶ່ງສະຫາຍໄດ້ເຫັນດີເປັນເອກະພາບຕໍ່ການຕີລາຄາສະພາບການເຄື່ອນໄຫວຂອງຄະນະໜ່ວຍຊາວໜຸ່ມສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ໃນໄລຍະຜ່ານມາ ເເລະ ເຫັນດີ ເປັນເອກະພາບ ຕໍ່ບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາ ຂອງຄະນະໜ່ວຍຊາວໜຸ່ມ ຊຸດເກົ່າ ແລະ ຊົມເຊີຍ ຕໍ່ຜົນສໍາເລັດທີ່ຄະນະໜ່ວຍ ທີ່ຍາດມາໄດ້ໃນໄລຍະຜ່ານມາ ຊຶ່ງເປັນຜົນງານອັນໃຫຍ່ຫຼວງ ແລະ ເປັນພື້ນຖານອັນສໍາຄັນໃຫ້ແກ່ການສືບຕໍ່ຜັນຂະຫຍາຍເຂົ້າໃນຂົງເຂດວຽກງານຊາວໜຸ່ມ ສຖຕ ພາຍໃຕ້ຂໍ້ແຂ່ງຂັນ 4 ບຸກ ຕິດພັນກັບການເຄື່ອນໄຫວວຽກວິຊາສະເພາະ.

ເພື່ອເຮັດໃຫ້ວຽກງານ ຂອງໜ່ວຍຊາວໜຸ່ມສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ມີການພັດທະນາຂຶ້ນເລື້ອຍໆ ຄະນະໜ່ວຍຊາວໜຸ່ມ ສຖຕ ຊຸດໃໝ່ ຈະຕ້ອງໄດ້ສືບຕໍ່ນໍາພາສະມາຊິກຊາວໜຸ່ມພາຍໃນໜ່ວຍ, ເພີີ່ມທະວີຄວາມສາມັກຄີ ພາຍໃຕ້ການນໍາພາ ຂອງພັກ ແລະ ເຊີດຊູຄວາມຮັບຜິດຊອບສູງໃນໜ້າທີ່ວຽກງານການເມືອງ ຂອງຕົນ, ຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກທຸກໆບັນຫາ ແລະ ສຸມໃສ່ໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ ປະກອບສ່ວນເຮັດໃຫ້ວຽກງານດັ່ງກ່າວປະສົບຜົນສຳເລັດຕາມແຜນທີ່ວາງໄວ້ຢ່າງຈົບງາມ.

ບົດຂ່າວ ແລະ ຮູບພາບ: ໜ່ວຍຊາວໜຸ່ມສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ

 

Facebook page
ແຜນພັດທະນາເຕັກໂນໂລຊີ ແລະ ການສື່ສານ 2025
ວິໄສທັດ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຜນແມ່ບົດດິຈິຕອນອາຊຽນ 2025