ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈັດກອງປະຊຸມປະຈຳເດືອນ ພ້ອມທັງຈັດພິທິຕ້ອນຮັບຮັກສາການຮອງຫົວໜ້າສູນ.

01/03/2023

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈັດກອງປະຊຸມປະຈຳເດືອນ ພ້ອມທັງຈັດພິທິຕ້ອນຮັບຮັກສາການຮອງຫົວໜ້າສູນ.

ໃນຕອນເຊົ້າຂອງວັນທີ 01 ມີນາ 2023, ທີ່ຫ້ອງປະຊຸມຊັ້ນ II ຕຶກດອນຕີ້ວ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈັດກອງປະຊຸມປະຈຳເດືອນ ພ້ອມກັນນັນກໍ່ຍັງມີວາລະທີ່ມີຄວາມໝາຍສຳຄັນ ຄືພິທິຕ້ອນຮັບຮັກສາການຮອງຫົວໜ້າສູນ ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ນາງ ເກສອນ ສຸລິວົງ ຫົວໜ້າສູນ ພ້ອມດ້ວຍຄະນະສູນ ແລະ ພະນັກງານຂອງສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ເຂົ້າຮ່ວມກອງປະຊຸມດັ່ງກ່າວຢ່າງພ້ອມພຽງ.

ໂດຍເນື້ອໃນຂອງການຈັດກອງປະຊຸມໃນຄັ້ງນີ້ກໍ່ ເພື່ອສະຫຼຸບບັນດາວຽກງານພົ້ນເດັ່ນ ທີ່ໄດ້ປະຕິບັດໃນເດືອນຜ່ານມາຂອງ ຂອງສູນ ໃນເດືອນກຸມພາ ແລະ ກໍ່ໄດ້ກຳນົດແຜນວຽກ, ຈັດລຽງວຽກບຸລິມະສິດປະຈຳເດືອນມີນາ ເພື່ອຮັບປະກັນໄດ້ຜົນສຳເລັດ ທາງດ້ານວຽກງານຂອງສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ພ້ອມກັນນັ້ນ, ກໍ່ໄດ້ມີພິທີຕ້ອນຮັບ ທ່ານ ນາງ ອານິສອນ ກິ່ງສະດາ ຮັກສາການຮອງຫົວໜ້າສູນ. ໃນນາມສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຂໍສະແດງຄວາມຂອບໃຈຢ່າງສູງ ເຖີງຄະນະນຳ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ທີ່ສະໜອງປະກອບກຳລັງແຮງ ທາງດ້ານບຸກຄະລາກອນທີ່ສຳຄັນມາຊ່ວຍຜັກດັນວຽກງານການສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ໃຫ້ກ້າວໜ້າຂຶ້ນເລື້ອຍໆ

ບົດຂ່າວ ແລະ ຮູບພາບໂດຍ:​ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ.

 

Facebook page
ແຜນພັດທະນາເຕັກໂນໂລຊີ ແລະ ການສື່ສານ 2025
ວິໄສທັດ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ແຜນແມ່ບົດດິຈິຕອນອາຊຽນ 2025