ການ​ເຄື່ອນ​ໄຫວ
ຄົ້ນ​ຫາ​ໃນ​ໜ້ານີ້

ຝຶກອົບຮົມ ການເພີ່ມຂີດຄວາມສາມາດ ໃຫ້ແກ່ຜູ້ປະກອບການເພດຍິງ ໂດຍຜ່ານການຫັນເປັນດິຈິຕອນ” (WIFI DX)

04/09/2025

ຝຶກອົບຮົມ ການເພີ່ມຂີດຄວາມສາມາດ ໃຫ້ແກ່ຜູ້ປະກອບການເພດຍິງ ໂດຍຜ່ານການຫັນເປັນດິຈິຕອນ” (WIFI DX)

ໃນຕອນເຊົ້າ, ຂອງວັນທີ 04 ກັນຍາ 2025, ທີ່ໂຮງແຮມ Double Tree, ນະຄອນຫຼວງວຽງຈັນ. ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ (ກຕສ) ຮ່ວມກັບ ສູນຝຶກອົບຮົມ ເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອການພັດທະນາ ອາຊີ - ປາຊີຟິກ ໄດ້ເປີດຊຸດຝຶກອົບຮົມ ໃນຫົວຂໍ້ “ ການເພີ່ມຂີດຄວາມສາມາດ ໃຫ້ແກ່ຜູ້ປະກອບການເພດຍິງ ໂດຍຜ່ານການຫັນເປັນດິຈິຕອນ (Women ICT Frontier Initiative (WIFI) DX: Empowering Women Entrepreneurs through Digital Transformation)” ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ Kiyoung Ko, ຫົວໜ້າສູນຝຶກອົບຮົມ ເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອການພັດທະນາອາຊີປາຊີຟິກ (APCICT/ESCAP), ຜູ້ຕາງໜ້າຈາກສຳນັກງານສົ່ງເສີມເສດຖະກິດດິຈິຕອນ (DEPA) ຣາຊະອານາຈັກໄທ ແລະ ທ່ານຫົວໜ້າ/ຮອງກົມ/ທຽບເທົ່າ, ຄະນະສູນ, ຄະນະຮັບຜິດຊອບ ແລະ ນັກສໍາມະນາກອນ ທີ່ມາຈາກບັນດາກົມ/ທຽບເທົ່າ ຈາກກະຊວງ ຕສ ແລະ ຂະແໜງການຕ່າງໆ ເຂົ້າຮ່ວມທັງໝົດ ຈຳນວນ 56 ທ່ານ / ຍິງ 42 ທ່ານ.

ອ່ານ​ເພີ່ມ

ຝຶກອົບຮົມ ພັດທະນາຄວາມສາມາດດ້ານການຄຸ້ມຄອງປັນຍາປະດິດ (AI) “ National Training on AI Governance”

02/09/2025

ຝຶກອົບຮົມ ພັດທະນາຄວາມສາມາດດ້ານການຄຸ້ມຄອງປັນຍາປະດິດ (AI) “ National Training on AI Governance”

ກອງປະຊຸມ ຝຶກອົບຮົມ ໃນຫົວຂໍ້: ພັດທະນາຄວາມສາມາດ ດ້ານການຄຸ້ມຄອງປັນຍາປະດິດ (AI)” ( National Training on AI Governance ), ເຊິ່ງຈັດໂດຍ ສຸນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ (ກຕສ) ຮ່ວມກັບ ສູນຝຶກອົບຮົມ ເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອການພັດທະນາອາຊີປາຊີຟິກ (APCICT/ESCAP). ໄດ້ຈັດຂື້ນໃນລະຫວ່າງ ວັນທີ 02 – 03 ກັນຍາ 2025, ທີ່ຫ້ອງປະຊຸມ ໂຮງແຮມ Double Tree, ນະຄອນຫຼວງວຽງຈັນ. ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ (ກຕສ), Mr. Bakhodir Burkhanov, ເຈົ້າໜ້າທີ່ສະຫະປະຊາຊາດ ປະຈຳ ສປປ ລາວ ແລະ Mr. Kiyoung Ko, ຫົວໜ້າສູນຝຶກອົບຮົມ ເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອການພັດທະນາອາຊີປາຊີຟິກ (APCICT/ESCAP) ແລະ ຄະນະສູນ, ຄະນະຮັບຜິດຊອບ ແລະ ນັກສໍາມະນາກອນ ທີ່ມາຈາກບັນດາກົມ/ທຽບເທົ່າ ຈາກກະຊວງ ຕສ, ຂະແໜງການຕ່າງໆ ແລະ ມະຫາວິທະຍາໄລ ອຸດອນຣາດຊະພັດ (UDRU) ປະເທດໄທ ເຂົ້າຮ່ວມທັງໝົດ ຈຳນວນ 62 ທ່ານ/ຍິງ 29 ທ່ານ.

ອ່ານ​ເພີ່ມ

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ເຂົ້າຮ່ວມກອງປະຊຸມສຳມະນາໃນຫົວຂໍ້: ສວນກະສິກຳທ້ອງຖິ່ນແບບອັດສະລິຍະ “The Local Smart Farm Workshop” ໃນລະຫວ່າງວັນທີ 20 - 21 ມິຖຸນາ 2025 ຢູ່ຄະນະວິທະຍາໄລການປົກຄອງທ້ອງຖິ່ນ, ມະຫາວິທະຍາໄລຂອນແກ່ນ, ປະເທດໄທ.

25/06/2025

ໃນວັນທີ 20 ມິຖຸນາ 2025 ຜ່ານມາ, ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ສປປ ລາວ ໄດ້ເດີນທາງຢ້ຽມຢາມທັດສະນະສຶກສາ, ແລກປ່ຽນບົດຮຽນ ແລະ ເຂົ້າຮ່ວມກອງປະຊຸມສຳມະນາ ໃນຫົວຂໍ້: ສວນກະສິກຳທ້ອງຖິ່ນແບບອັດສະລິຍະ “The Local Smart Farm Workshop” ຢູ່ທີ ວິທະຍາໄລການປົກຄອງທ້ອງຖິ່ນ, ມະຫາວິທະຍາໄລຂອນແກ່ນ, ປະເທດໄທ. ຕາງໜ້ານໍາພາຄະນະໂດຍ ທ່ານ ພອນປະເສີດ ສຸລິນທອນ ຮອງຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານວິຊາການ.

ອ່ານ​ເພີ່ມ

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີໄດ້ລົງເຄື່ອນໄຫວຈັດຝຶກອົບຮົມ ໃນຫົວຂໍ້: ສົ່ງເສີມການນໍາໃຊ້ສື່ສັງຄົມອອນລາຍໃນການສົ່ງເສີມທຸລະກິດສະຕາດອັບ (Startup), ທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ເພື່ອຂະຫຍາຍຕະຫຼາດ ແລະ ເພີ່ມລາຍຮັບ ທີ່ ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ.

07/05/2025

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີໄດ້ລົງເຄື່ອນໄຫວຈັດຝຶກອົບຮົມ ໃນຫົວຂໍ້: ສົ່ງເສີມການນໍາໃຊ້ສື່ສັງຄົມອອນລາຍໃນການສົ່ງເສີມທຸລະກິດສະຕາດອັບ (Startup), ທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ເພື່ອຂະຫຍາຍຕະຫຼາດ ແລະ ເພີ່ມລາຍຮັບ ທີ່ ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ໃນວັນທີ 07 ພຶດສະພາ 2025, ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຝຶກອົບຮົມ ສົ່ງເສີມການນໍາໃຊ້ສື່ສັງຄົມອອນລາຍໃນການສົ່ງເສີມທຸລະກິດ (Startup), ທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ເພື່ອຂະຫຍາຍຕະຫຼາດ ແລະ ເພີ່ມລາຍຮັບ ໃຫ້ແກ່ຜູ້ປະກອບການ ເມືອງ ຫາດຊາຍຟອງ. ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ນາງ ເກສອນ ສຸລິວົງ, ຫົວໜ້າ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ແລະ ທ່ານ ຄຳແກ້ວ ມະຫາໄຊ, ຮອງເຈົ້າເມືອງເມືອງຫາດຊາຍຟອງ ເຊີ່ງມີຜູ້ເຂົ້າຮ່ວມຈາກ ການປົກຄອງຂັ້ນເມືອງຫ້ອງການ, ພະນັກງານຂັ້ນບ້ານ ແລະ ຜູ້ປະກອບການ ຈຳນວນ 110 ກວ່າຄົນ.

ອ່ານ​ເພີ່ມ

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມສໍາມະນາກ່ຽວກັບຄວາມຮູ້ພື້ນຖານການຫັນເປັນດິຈິຕອນ ໃຫ້ແກ່ພະນັກງານ ຂອງຄະນະໂຄສະນາອົບຮົມສູນກາງພັກ

03/03/2025

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດກອງປະຊຸມສໍາມະນາກ່ຽວກັບຄວາມຮູ້ພື້ນຖານການຫັນເປັນດິຈິຕອນ ໃຫ້ແກ່ພະນັກງານຂອງຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຂຶ້ນໃນຕອນເຊົ້າວັນທີ 03 ມີນາ 2025, ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມສູນກາງພັກ ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານເປີດພິທີ ໂດຍ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ນາງ ວິລະວອນ ພັນທະວົງ, ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຫົວໜ້າຫ້ອງການ, ຫົວໜ້າກົມ, ຫົວໜ້າບັນນາທິການ ແລະ ນັກສຳມະນາກອນ ຈາກ ຄອສພ, ພ້ອມດ້ວຍນັກວິທະຍາກອນ ແລະ ຄະນະຮັບຜິດຊອບ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ, ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ເຂົ້າຮ່ວມຈໍານວນ 80 ກວ່າທ່ານ.

ອ່ານ​ເພີ່ມ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ່ II ຂອງໜ່ວຍພັກຮາກຖານສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 13 ກຸມພາ 2025, ທີ່ຫ້ອງປະຊຸມຊັ້ນ II, ຕຶກສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ. ໂດຍໃຫ້ກຽດເຂົ້າຮ່ວມຂອງ ສ

24/02/2025

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ່ II ຂອງໜ່ວຍພັກຮາກຖານສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 13 ກຸມພາ 2025, ທີ່ຫ້ອງປະຊຸມຊັ້ນ II, ຕຶກສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ. ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ປະລີນຍາເອກ ສັນຕິສຸກ ສິມມາລາວົງ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ນ. ເກສອນ ສຸລິວົງ, ຄະນະພັກກະຊວງ, ເລຂາ ໜ່ວຍພັກ ພ້ອມດ້ວຍຄະນະໜ່ວຍພັກ, ສະມາຊິກພັກສົມບູນ ຂອງໜ່ວຍພັກຮາກຖານ ສຖຕ. ພ້ອມດ້ວຍແຂກຖຶກເຊີນຈາກບັນໜ່ວຍພັກຖານອ້ອມຂ້າງເຂົ້າຮ່ວມທັງໝົດ ຈຳນວນ 60 ສະຫາຍ, ຍິງ 22 ສະຫາຍ

ອ່ານ​ເພີ່ມ

ກອງປະຊຸມທາບທາມບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງ ຮອບທີ II ຂອງໜ່ວຍພັກຮາກຖານສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ

10/02/2025

ກອງປະຊຸມທາບທາມບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງ ຮອບທີ II ຂອງໜ່ວຍພັກຮາກຖານສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ

ກອງປະຊຸມທາບທາມບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງ ຮອບທີ II ຂອງໜ່ວຍພັກຮາກຖານສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໄຂຂຶ້ນໃນຕອນບາຍຂອງວັນທີ 27 ມັງກອນ 2025, ທີ່ຫ້ອງປະຊຸມຊັ້ນ 1, ເຂດດອນຕີ້ວ, ກະຊວງເຕັກໂນໂລຊີ ແລະ ການສື່ສານ. ໂດຍໃຫ້ກຽດເປັນປະທານໂດຍ ສະຫາຍ ປະລີນຍາເອກ ສັນຕິສຸກ ສິມມາລາວົງ, ຮອງເລຂາອົງຄະນະພັກກະຊວງ, ຮອງລັດຖະມົນຕີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ມີເລຂາໜ່ວຍພັກ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ ຂອງໜ່ວຍພັກ ສຖຕ ແລະ ຕາງໜ້າຜູ້ຕິດຕາມຈາກ ກົມກວດກາ ແລະ ກົມຈັດຕັ້ງ ແລະ ພະນັກງານ ເຂົ້າຮ່ວມທັງໝົດ ຈຳນວນ 23 ສະຫາຍ, ຍິງ 11 ສະຫາຍ.

ອ່ານ​ເພີ່ມ

ກອງປະຊຸມທ້າຍສະໄໝ, ກອງປະຊຸມປະເມີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ກອງປະຊຸມປະເມີນຄະນະສູນ ຂອງໜ່ວຍພັກສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ

27/01/2025

ກອງປະຊຸມທ້າຍສະໄໝ, ກອງປະຊຸມປະເມີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ກອງປະຊຸມປະເມີນຄະນະສູນ ຂອງໜ່ວຍພັກສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ

ກອງປະຊຸມທ້າຍສະໄໝ ຂອງໜ່ວຍພັກສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ (ສຖຕ), ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໄຂຂຶ້ນໃນຕອນບ່າຍ ຂອງວັນທີ 21 ມັງກອນ 2025, ທີ່ຫ້ອງປະຊຸມຊັ້ນ 1, ເຂດດອນຕີ້ວ, ກະຊວງເຕັກໂນໂລຊີ ແລະ ການສື່ສານ. ໂດຍໃຫ້ກຽດເປັນປະທານໂດຍ ສະຫາຍ ປະລີນຍາເອກ ສັນຕິສຸກ ສິມມາລາວົງ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ມີເລຂາ ໜ່ວຍພັກ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ ຂອງໜ່ວຍພັກ ສຖຕ ແລະ ຄະນະຕິດຕາມກອງປະຊຸມທີມາຈາກ ກົມຈັດຕັ້ງ ແລະ ພະນັກງານ ແລະ ກົມກວດກາ ເຂົ້າຮ່ວມທັງໝົດ ຈຳນວນ 25 ສະຫາຍ, ຍິງ 10 ສະຫາຍ.

ອ່ານ​ເພີ່ມ

ສຖຕ ຈັດກອງປະຊຸມເປີດກວ້າງ ເພື່ອທາບທາມຄໍາເຫັນໃສ່ຮ່າງແຜນວຽກລະບົບນິເວດສະຕາດອັບ ຂອງ ສປປ ລາວ ພາຍໃຕ້ໂຄງການກອງທຶນພິເສດຂອບການຮ່ວມມື ແມ່ນນ້ຳຂອງ-ແມ່ນ້ຳລ້ານຊ້າງ ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງດ້ານລະບົບນິເວດສະຕາດອັບ (Startup) ໃນ ສປປ ລາວ, ຫວຽດນາມ ແລະ ໄທ”

02/01/2025

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈັດກອງປະຊຸມເປີດກວ້າງເພື່ອທາບທາມຄໍາເຫັນໃສ່ຮ່າງແຜນວຽກລະບົບນິເວດສະຕາດອັບ ຂອງ ສປປ ລາວ ແຕ່ປີ 2024-2030 (Startup Ecosystem Roadmap Lao PDR 2024-2030) ພາຍໃຕ້ໂຄງການກອງທຶນພິເສດຂອບການຮ່ວມມື ແມ່ນນ້ຳຂອງ-ແມ່ນ້ຳລ້ານຊ້າງ ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງດ້ານລະບົບນິເວດສະຕາດອັບ (Startup) ໃນ ສປປ ລາວ, ຫວຽດນາມ ແລະ ໄທ” ຄັ້ງວັນທີ 20 ທັນວາ 2024, ທີ່ແຂວງ ຫຼວງພະບາງ

ອ່ານ​ເພີ່ມ

ສະຖິຕິ
ວິໃສທັດ,ແຜນຍຸດທະສາດ